ກ່ຽວກັບຮ້ານ

           I.    ສະພາບທີ່ຕັ້ງ ແລະ ຂອບເຂດຂອງຮ້ານຮວາງຈິງ

ທີ່ຕັ້ງຂອງຮ້ານທ່ານຮ່າວັນຈິງຕັ້ງຢູ່ຖະໜົນໄກສອນ, ບ້ານພົນພະເນົາ, ເມືອງໄຊເສດຖາ, ແຂວງນະຄອນຫຼວງວຽງຈັນ. ໄປທາງໄຫຍ່ຈາກບ້ານໂພນເຄັງຂ້າມໄຟແດງທີ່ສີ່ແຍກເຂົ້າວິທະຍາໄລລາວເມກາ, ຮອດໄຟແດງທີ່ 2 ລ້ຽວຂວາໄປປະມານ 150 ແມັດ.

ຮ້ານຮວາງຈິງແອເຢັນຂອງທ້າວຮ່າວັນຈິງໄດ້ສ້າງຕັ້ງຂຶ້ນໃນປີ 1995 ເປັນຕົ້ນມາ, ເຊິ່ງທ້າວ ຮ່າວັນຈິງເປັນຜູ້ສ້າງຕັ້ງຂຶ້ນ ແລະ ທ່ານກໍ່ເປັນເຈົ້າຂອງຮ້ານອິກດ້ວຍ, ໃນປີ 1995 ເຖີງ ປີ 2000 ຮ້ານຂອງທ່ານຮ່າວັນຈິງເປັນຮ້ານສ້ອມແປງລົດນ້ອຍໆແຕ່ໃນປີ 2004 ມາຮອດປະຈຸບັນນີ້ຮ້ານຂອງທ່ານຮ່າວັນຈິງໄດ້ຂະຫຍາຍເປັນຮ້ານສ້ອມແປງເຄື່ອງເຢັນ.

No comments:

Post a Comment